ພື້ນຖານກ່ອນການຂຽນເວັບໄຊ
1.ຄວາຍໝາຍຂອງອິນເຕີເນັດ
ອິນເຕີເນັດ(Internet) ຫຍໍ້ມາຈາກຄຳວ່າ Inter Connection Network ໝາຍເຖິງເຄືອຂ່າຍຄອມພິວເຕີທີ່ມີການເຊື່ອມໂຍງກັນທົ່ວໂລກ ໂດຍມີລັກສະນະຄືກັບໃຍແມງມຸມ ການເຮັດວຽກຂອງລະບົບເຄືອຂ່າຍອິນເຕີເນັດຈະມີ ໂປຣໂຕຄອລ(Protocol) ເຊິ່ງເປັນລະບຽບ ຫຼື ວິທີການສື່ສານທີ່ເປັນມາດຕະຖານຂອງການເຊື່ອມຕໍ່,ມາດຕະຖານດັ່ງກ່າວເອີ້ນວ່າ TCT/IP (Transmission Control Protocol/Internet Protocol) ໂດຍຄອມພິວເຕີທຸກໜ່ວຍທີ່ເຊື່ອມຕໍ່ເຂົ້າກັບເຄືອຂ່າຍອິນເຕີເນັດ ຈະຕ້ອງມີໝາຍເລກປະຈຳຕົວຫຼື IP address ເພື່ອໃຊ້ອ້າງອີງ ຫຼື ຕິດຕໍ່ກັບຄອມພິວເຕີໜ່ວຍອື່ນໃນເຄືອຂ່າຍ.
2.ຄຳສັບທີ່ກ່ຽວຂ້ອງ
ແມ່ນເອກະສານທີ່ໃຊ້ໃນການນຳສະເໜີ ຫລື ເຜີຍແພ່ຂໍ້ມູນ ທີ່ປະກອບດ້ວຍຂໍ້ມູນແບບສື່ປະສົມ ເຊັ່ນ: ຂໍ້ຄວາມ,ຮູບພາບ,ພາບເຄື່ອນໄຫວ,ສຽງ ແລະ ວີດີໂອ ເປັນຕົ້ນ ໂດຍການນຳສະເໜີຜ່ານເຄືອລະບົບເຄືອຂ່າຍອິນເຕີເນັດ ເຊິ່ງແຕກຕ່າງກັນໄປຕາມຈຸດປະສົງຂອງແຕ່ລະເວັບໄຊ້.
ການບ່ອນລວມບັນດາໜ້າເວັບເພຈທຸກໆໜ້າໄວ້ດ້ວຍກັນ ໃນນັ້ນມີ 1 ໜ້າຖືກກຳນົດໃຫ້ເປັນ ໜ້າຫລັກ ຫລື ໜ້າທຳອິດ ຫລື ໂຮມເພຈ ປົກກະຕິຈະຕັ້ງຊື່ເປັນ index .html
ແມ່ນການບໍລິການເນື້ອທີ່ຄວາມຈຳຂອງຄອມພິວເຕີທີ່ເປັນ web server ເພື່ອເກັບຮັກສາຂໍ້ມູນເວັບໄຊ ໂດຍທົ່ວໄປຜູ້ນຳໃຊ້ຈະສາມາດຂໍເຊົ່ານຳຜູ້ໃຫ້ບໍລິການ web hosting.
ແມ່ນໜ່ວຍງານທີ່ບໍລິການໃຫ້ຄອມພິວເຕີສ່ວນບຸກຄົນ ຫລື ເຄືອຂ່າຍຄອມພິວເຕີຂອງອົງກອນ ເຊື່ອມຕໍ່ເຂົ້າກັບລະບົບເຄືອຂ່າຍອິນເຕີເນັດ ເພື່ອໃຫ້ສາມາດໃຊ້ອິນເຕີເນັດໄດ້.
ແມ່ນຊື່ຂອງເວັບໄຊ ເຊິ່ງຊື່ເວັບໄຊຄືສິ່ງທີ່ສະແດງ ຫລື ປະກາດຄວາມມີຕົວຕົນໃນອິນເຕີເນັດ ເຮັດໃຫ້ຄົນທົ່ວໄປໄດ້ຮູ້ຈັກ ໂດຍຊື່ຂອງເວັບໄຊຈະບໍ່ຊ້ຳກັນ ເຊັ່ນ www.ltvc.edu.la ເປັນຕົ້ນ.
ແມ່ນຄອມພິວເຕີທີ່ມີການຕິດຕັ້ງໂປຣແກຣມກ່ຽວກັບການໃຫ້ບໍລິການ ເຮັດໜ້າໜ້າທີ່ບໍລິການ ແລະ ສົ່ງຂໍ້ມູນໃຫ້ຜູ້ນຳໃຊ້ທີ່ຮ້ອງຂໍມາ ໂດຍສ່ວນຫຼາຍໂປຣແກຣມທີ່ມັກໃຊ້ເຊັ່ນ IIS(Internet Information Service),Apache ຫຼືອື່ນໆ.
ເປັນໂປຣແກຣມຄອມພິວເຕີທີ່ໃຊ້ເປີດເບິ່ງເວັບໄຊ ເພື່ອເບິ່ງຂໍ້ມູນ ແລະສາມາດໂຕ້ຕອບກັບຂໍ້ມູນຂ່າວສານໃນໜ້າເວັບທີ່ສ້າງດ້ວຍພາສາສະເພາະທີ່ມີການເກັບຮັກສາໄວ້ໃນລະບົບບໍລິການເວັບ ຫຼື ເວັບເຊິບເວີ(Web Server) ຫຼືລະບົບຄັງຂໍ້ມູນອື່ນໆ ໂດຍໂປຣແກຣມ ເວັບບຣາວເຊີ ຈະເປັນຄືກັບສື່ໃນການຕິດຕໍ່ກັບເຄືອຂ່າຍອິນເຕີເນັດ
ແມ່ນການສຳເນົາເອົາຂໍ້ມູນຈາກ web server ມາໄວ້ໃນຄອມພິວເຕີຂອງຜູ້ໃຊ້.
ແມ່ນການສົ່ງໂອນຍ້າຍຂໍ້ມູນຈາກຄອມພິວເຕີຜູ້ໃຊ້ໄປໄວ້ໃນ web server.
ແມ່ນການເຊື່ອມໂຍງລະຫວ່າງເວັບເພຈພາຍໃນເວັບໄຊ,ນອກເວັບໄຊ,ເອກະສານ ຕ່າງໆ
ເປັນລະບົບມາດຕະຖານທີ່ໃຊ້ກຳນົດຕຳແໜ່ງບ່ອນຢູ່ຂອງເວັບເພຈແຕ່ລະໜ້າ ເຊິ່ງຈະຢູ່ໃນຮູບແບບເຊັ່ນ: http://www.ltvc.edu.la
www(World Wide Web) ໝາຍເຖິງ ບ່ອນທີ່ເກັບຮັກສາຂໍ້ມູນຂ່າວສານທີ່ເຊື່ອມໂຍງກັນໃນອິນເຕີເນັດ.
ltvc.edu.la ໝາຍເຖິງ ຊື່ໂດເມນ ທີ່ໃຊ້ແທນໝາຍເລກທີ່ຢູ່ໃນເຄືອຂ່າຍອິນເຕີເນັດ.
.edu.la ສຳລັບອົງການດ້ານການສຶກສາທີ່ຈົດຖຸບຽນໃນປະເທດລາວ.
.com ຫຍໍ້ມາຈາກ commercial ໝາຍເຖິງ ການຄ້າ,ບໍລິສັດ,ອົງກອນ.
.net ຫຍໍ້ມາຈາກ network ສຳລັບອົງກອນທີ່ກ່ຽວຂ້ອງກັບລະບົບເຄືອຂ່າຍຄອມພິວເຕີ.
.org ຫຍໍ້ມາຈາກ organization ສຳລັບອົງກອນທີ່ບໍ່ຫວັງຜົນກຳໄລ.
.gov ສຳລັບອົງການລັດຖະບານ.
.com.la ອົງກອນທາງທຸລະກິດທີ່ຂຶ້ນຖະບຽນໃນປະເທດລາວ.
3.ໂປຣແກຣມທີ່ໃຊ້ໃນຂຽນເວັບໄຊ
ຄືໂປຣແກຣມຄອມພິວເຕີສຳລັບການແກ້ໄຂ HTML, ມາກອັບຂອງໜ້າເວັບ ເຖິງວ່າມາກອັບ HTML ຂອງໜ້າເວັບທີ່ສາມາດຂຽນດ້ວຍໂປຣແກຣມແກ້ໄຂຂໍ້ຄວາມໃດໆ ບັນນາທິການ HTML ສະເພາະສາມາດນຳສະເໜີຄວາມສະດວກ ແລະ ເພີ່ມຟັງກ໌ຊັນການເຮັດວຽກງານ
ຂຽນ HTML ໃຊ້ Notepad ຫລື TextEdit