ພື້ນຖານພາສາ HTML
Introduction

HTML (HyperText Markup Language)

ເປັນພາສາທີ່ໃຊ້ສຳລັບສ້າງເວັບເພຈ ມີໂຄງສ້າງພາສາໂດຍໃຊ້ຕົວກຳກັບ (Markup Tag) ເພື່ອຄວບຄຸມການສະແດງຜົນຂໍ້ມູນ ຮູບພາບ ແລະ ວັດຖຸອື່ນໆ ຜ່ານທາງ Web Browser ເຊັນ: Google Chrome , Firefox , Safari , Microsoft Edge ເປັນຕົ້ນ.

download

ໃນແຕ່ລະ Tag ຈະມີສ່ວນທີ່ເອີ້ນວ່າ Attribute ເພື່ອຄວບຄຸມການທຳງານຂອງ Tag ແຕ່ລະໂຕ.

ການສ້າງໄຟລ໌ HTML

ຈະຕ້ອງອາໄສ Text Editor ເພື່ອໃຊ້ສຳລັບຂຽນຄຳສັ່ງຕ່າງໆ ທີ່ຕ້ອງການສະແດງຜົນທາງ ຈໍພາບ / Web Browser ແລະ ບັນທຶກເປັນໄຟລ໌ໂດຍມີ ນາມສະກຸນ.html

editor

HTML 5.0

ມາດຕະຖານ​ຂອງ​ພາສາ​ HTML ມີ​ການ​ຈັດ​ໂຄງ​ສ້າງ​ ແລະ​ ການ​ສະແດງ​ຜົນ​ຂອງ​ເນື້ອຫາ​ ສໍາ​ລັບ​ www ມາດຕະຖານ​ໃໝ່​ຈະ​ມີ​ຄຸນ​ລັກສະນະ​ເດັ່ນ​ທີ່​ສໍາ​ຄັນ​ ເຊັ່ນ:

​ຫລິ້ນ​ວິ​ດີ​ໂອ​
ສະແດງ​ຕໍາ​ແໜ່ງ​ທາງ​ພູມສາດ​
ເກັບ​ໄຟ​ລ໌​ໃນ​ລັກສະນະ​ອໍ​ຟ​ໄລ​ນ໌​
ສະແດງ​ກຣາ​ຟິກ​
ການ​ປ້ອນ​ຂໍ້​ມູນ​ແບບ​ໃໝ່​ ເຊັ່ນ​ search, number, range, color, tel, url, email, date, month, week, time, datetime, datetime-local

DOCTYPE

ການ​ປະ​ກາດ​ວ່າ​ເວັບ​ເພຈທີ່​ໄດ້​ສ້າງ​ຂຶ້ນ​ມາ​ອ້າງ​ອິງ​ຕາມ​ມາດຕະຖານ​ໃດ​

HTML 5

<!DOCTYPE html>

HTML 4.01:

<!DOCTYPE HTML PUBLIC "-//W3C//DTD HTML 4.01 Transitional//EN" ">

XHTML 1.1:

<!DOCTYPE html PUBLIC "-//W3C//DTD XHTML 1.1//EN" "">

ການກໍາ​ນົດ​ຮູບ​ແບບ​ Character encoding ໃນ​ໜ້າ​ເວັບ​

ການ​ກໍາ​ນົດ​ຮູບ​ແບບ​ການ​ເຂົ້າ​ຣລະຫັດ​ອັກ​ສອນ​(Character encoding) ໂດຍ​ໃຊ້​ແທັກ​ ກໍາ​ນົດ Attribute charset ລົງ​ໄປ​

  • <meta charset="utf-8">
  • <meta http-equiv="Content-Type" content="text/html; charset=utf-8">
Scroll to Top