ກ່ອນອື່ນມາທຳຄວາມຮູ້ຈັກກັບ Web 1.0 ກັບ Web 2.0 ກັນກ່ອນດີກວ່າ!
Web 1.0 ຄືຫຍັງ ?
ເປັນເວັບໄຊຕ໌ຍຸກແລກໆ ຂອງເວັບໄຊຕ໌ ທີ່ມີຈຸດເລີ່ມຕົ້ນມາຕັ້ງແຕ່ປີ 1990 ເຖິງ 2000 ທີ່ເຮົາຮູ້ຈັກກັນໃນຊື່ທີ່ເອີ້ນວ່າ World Wide Web (WWW.) ຊຶ່ງເທັກໂນໂລຢີທີ່ໃຊ້ໃນຕອນນັ້ນ ແບ່ງອົງປະກອບຫຼັກໄດ້ 3 ຢ່າງທີ່ເປັນລະບົບພື້ນຖານຂອງເວັບຄື HTML, HTTP ແລະ URL ໂດຍຫຼັກການເຮັດວຽກງານຂອງ Web 1.0 ຈະເປັນຮູບແບບ One Way Communication ກໍຄື ການສື່ສານຈາກທິດທາງດຽວເທົ່ານັ້ນ ໝາຍຄວາມວ່າຈະມີພຽງແຕ່ເຈົ້າຂອງເວັບທີ່ສົ່ງຂໍ້ມູນໃຫ້ກັບຜູ້ອ່ານຢ່າງເຮົາໆ ເທົ່ານັ້ນ ໂດຍທີ່ເຮົາບໍ່ສາມາດສົ່ງຫຍັງກັບໄປໄດ້ນັ້ນເອງ ຈຶ່ງເປັນຂໍ້ຈຳກັດໃນດ້ານຂອງການສື່ສານ ແລະ ການໃຊ້ງານຮ່ວມລະຫວ່າງກັນ
Web 2.0 ຄືຫຍັງ?
ມີການພັດທະນາ ແລະ ປັບປ່ຽນໃຫ້ເວັບໄຊຕ໌ສາມາດຕອບໂຕ້ກັບຜູ້ໃຊ້ງານໄດ້ຢ່າງອິດສະຫລະ ເປັນຮູບແບບ Two Way Communication ຄືການສື່ສານແບບສອງທິດທາງນັ້ນເອງ ຂໍ້ມູນຕ່າງໆ ທີ່ຢູ່ໃນເວັບໄຊຕ໌ສາມາດມີການອັບເດດໄດ້ຕະຫລອດເວລາ ເຮັດໃຫ້ຜູ້ໃຊ້ງານກໍສາມາດເປັນໄດ້ທັງຜູ້ສ້າງ ແລະ ຜູ້ໃຊ້ໄດ້ ຫລືໄວ້ນຳໄປໃຊ້ສຳລັບການສື່ສານກັບຜູ້ອື່ນຜ່ານໂລກອິນເຕີເນັດ ເຮັດໃຫ້ເກີດສັງຄົມເທິງ Social Network ຂຶ້ນມາ
ປະຈຸບັນ ຂໍ້ມູນໃນໂລກອິນເຕີເນັດນັ້ນ ມີຢູ່ຫລວງຫລາຍນັບບໍ່ຖ້ວນ ຈຶ່ງຈຳເປັນຕ້ອງມີຕົວກາງເພື່ອຈັດການຂໍ້ມູນຕ່າງໆ ທີ່ຢູ່ເທິງໂລກອິນເຕີເນັດເພື່ອໃຫ້ງ່າຍຕໍ່ການໃຊ້ງານນັ້ນເອງ (ເຊັ່ນ Google )
ແລະ ຕົວກາງທີ່ວ່ານີ້ ກໍຈະຮູ້ເຖິງຂໍ້ມູນສ່ວນບຸກຄົນ ຮູບແບບ ລັກສະນະ ພຶດຕິກຳຕ່າງໆ ຂອງຜູ້ໃຊ້ງານຢ່າງເຮົາທັງໝົດ ຊຶ່ງຂໍ້ມູນທີ່ວ່ານີ້ ຕົວກາງກໍສາມາດນຳຂໍ້ມູນເຫຼົ່ານີ້ ໄປໃຊ້ແສວງຫາຜົນປະໂຫຍດໄດ້ເຊັ່ນກັນ ເຊັ່ນ ເອົາຂໍ້ມູນເຫຼົ່ານີ້ໄປຂາຍໃຫ້ກັບທີ່ອື່ນໆ ເພື່ອໃຊ້ໃນການໂຄສະນາໃຫ້ກົງກັບກຸ່ມເປົ້າໝາຍ ເນື່ອງຈາກບັນຫາເຫຼົ່ານີ້ ຈຶ່ງເຮັດໃຫ້ເກີດແຮງບັນດານໃຈໃນການຕໍ່ຍອດພັດທະນາ ໃຫ້ເກີດແນວຄິດ Web 3.0 ຂຶ້ນມາ ໂດຍຈຸດປະສົງຫຼັກກໍຄື ຕ້ອງການທີ່ຈະລຸດບົດບາດຂອງຕົວກາງລົງ ແລ້ວໄປກະຈາຍສິດທິໃນການເບິ່ງແຍງຂໍ້ມູນໃຫ້ກັບຜູ້ໃຊ້ງານນັ້ນເອງ
ແລ້ວແນວຄິດທີ່ວ່າຂອງ Web 3.0 ມັນເປັນແນວໃດລະ ?
ໃນປະຈຸບັນ Web 3.0 ນັ້ນຍັງຄົງເປັນພຽງແຕ່ແນວຄິດຢູ່ ເປັນພາບວາດເວັບໄຊຕ໌ແຫ່ງໂລກອະນາຄົດ ທີ່ຄາດການໄວ້ວ່າ ຈະເປັນໂລກອິນເຕີເນັດຍຸກໃໝ່ ທີ່ມີຄວາມສະຫລາດໃນຕົວມັນເອງ ສາມາດເຮັດສິ່ງຕ່າງໆ ໄດ້ເໝືອນກັບມະນຸດເຮົາຢິ່ງຂຶ້ນໂດຍການນຳເທັກໂນໂລຢີໃໝ່ໆ ມາໃຊ້ ເຊັ່ນ Big Data, Artificial Intelligence, Machine Learning, Blockchain
ໂດຍທີ່ລັກສະນະຂອງ Web 3.0 ທີ່ອາດຈະເກີດຂຶ້ນ (ຫລືເກີດຂຶ້ນແລ້ວ) ສາມາດຣະບຸໄດ້ດັ່ງນີ້ (ອ້າງອິງຈາກ W3C ທີ່ເປັນ Community ໃນການພັດທະນາມາດຕະຖານສາກົນຂອງເວັບໄຊຕ໌)
- Decentralized (ບໍ່ມີຕົວກາງ): ການກະຈາຍຕົວຂອງອຳນາດ ອຳນາດທີ່ວ່ານີ້ ເປັນອຳນາດໃນການຄວບຄຸມຂໍ້ມູນຕ່າງໆ ໃນໂລກອິນເຕີເນັດ ຊຶ່ງບໍ່ຈຳເປັນຕ້ອງໃຫ້ຕົວກາງເປັນຄົນຖືຄອງຂໍ້ມູນຂອງເຮົາອີກຕໍ່ໄປ ມີຈຸດປະສົງທີ່ຕ້ອງການໃຫ້ຜູ້ໃຊ້ງານສາມາດສືສານເຖິງກັນແລະ ກັນໄດ້ ໂດຍບໍ່ຈຳເປັນຕ້ອງຜ່ານຕົວກາງ ຫລື Server ອີກຕໍ່ໄປ (ເຊັ່ນ ລົມກັນຜ່ານແຊັດໂດຍທີ່ບໍ່ຕ້ອງຜ່ານຕົວກາງ Facebook)
- Bottom-up Design (ພັດທະນາຮ່ວມກັນ): ການອອກແບບພັດທະນາໂຄ້ດຂອງເວັບໄຊຕ໌ ຫລື ແອບຕ່າງໆ ທີ່ທຸກຄົນກໍສາມາດມີສ່ວນຮ່ວມຊ່ວຍກັນໃນການພັດທະນາ ຈົນສາມາດນຳໄປໃຊ້ງານຈິງໄດ້ ຈາກແທນທີ່ຈະມີແຕ່ພຽງຄົນກຸ່ມນ້ອຍ ຫລື ຜູ້ຊ່ຽວຊານ ມາພັດທະນາເພື່ອໃຊ້ເຮັດເປັນ Template ໃຫ້ຄົນອື່ນໃຊ້ (ເຊັ່ນ GitHub ທີ່ເປັນ Open Source ທີ່ທຸກຄົນສາມາດເຂົ້າມາມີສ່ວນຮ່ວມໃນການພັດທະນາໂຄ້ດ ຫລື ແກ້ Bug ຕ່າງໆ ເຂົ້ານຳກັນ)
- Consensus (ໃຜເຮັດຫຍັງ ທຸກຄົນສາມາດເຫັນ): ທຸກຄົນສາມາດເຂົ້າເຖິງ ແລະ ກວດສອບຄວາມຖືກຕ້ອງຂອງຜູ້ໃຊ້ກັນເອງໄດ້ ມີຄວາມໂປ່ງໃສ ເພື່ອສ້າງຄວາມຢືນຍອມ ແລະ ເຫັນພ້ອງກັນໄດ້ ໃຫ້ເປັນມາດຕະຖານດຽວກັນ (ເຊັ່ນ Blockchain ທີ່ກຳລັງຮິດໆ ຫລາຍໃນທຸກມືນີ້)
ສະຫລຸບ
ສະຫລຸບໂດຍລວມແລ້ວ Web 3.0 ເປັນແນວຄິດທີ່ຕ້ອງການໃຫ້ເວັບໄຊຕ໌ໃນອະນາຄົດນັ້ນ ບໍ່ຈຳເປັນຕ້ອງມີ Server ກາງອີກຕໍ່ໄປ ອຳນາດຂໍ້ມູນ ແລະ ຕົວຕົນເທິງໂລກອິນເຕີເນັດ ຈະຢູ່ກັບຜູ້ໃຊ້ງານຢ່າງແທ້ຈິງ ບໍ່ຂຶ້ນກັບຕົວກາງໃດໆ ອີກຕໍ່ໄປ
ຊຶ່ງການສົ່ງຂໍ້ມູນໂດຍທີ່ບໍ່ພຶ່ງຕົວກາງນັ້ນ ນັບວ່າເປັນອີກໜຶ່ງສິ່ງທີ່ທ້າທາຍເປັນຢ່າງຫລາຍ ແລະ ຕໍ່ໃຫ້ບໍ່ມີຕົວກາງແລ້ວຈິງໆ ແນວໃດກໍຕ້ອງຄຳນຶງເຖິງຜູ້ໃຫ້ບໍລິການອິນເຕີເນັດເຈົ້າຕ່າງໆ ອີກຢູ່ດີ ແຕ່ບໍ່ແນ່ວ່າ ອະນາຄົດ ແນວຄິດຂອງ Web 3.0 ອາດຈະເປັນຈິງກໍໄດ້ ເນື່ອງຈາກເທັກໂນໂລຢີໃນທຸກມື້ນີ້ ໄດ້ໃຫຍ່ຂຶ້ນຢ່າງກ້າວກະໂດດ ມື້ຫນຶ່ງໃນອະນາຄົດ ພວກເຮົາອາດຈະໄດ້ເຈີກັນອີກໃນເທັກໂນໂລຢີ Web 3.0 ກໍເປັນໄດ້
